ຜົນງານ 6 ເດືອນຕົ້ນປີແລະ ທິດທາງແຜນການ6ເດືອນທ້າຍປີ 2023  ຂອງຄະນະໂຄສະນາອົບຮົມແຂວງສາລະວັນ

ຜົນງານ 6 ເດືອນຕົ້ນປີແລະ ທິດທາງແຜນການ6ເດືອນທ້າຍປີ 2023  ຂອງຄະນະໂຄສະນາອົບຮົມແຂວງສາລະວັນ
ໂດຍ: ພັດ ລໍວັນໄຊ
ຄະນະພັກແຕ່ລະຂັ້ນໄດ້ຖືກເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ຖືເອົາການເຊື່ອມຊຶມບັນດານິຕິກໍາ, ມະຕິ, ຄໍາສັ່ງ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ໃຫ້ຄວາມຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າ ແລະ ມີຄວາມຕື່ນຕົວສູງທາງດ້ານການເມືອງ, ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດນິຕິກໍາຕ່າງໆ ຂອງພັກ-ລັດ ວາງອອກ ແລະ ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມກະຕືລືລົ້ນ, ບຸກບືນອົດທົນເປັນເຈົ້າຕົນເອງ ໃນການພັດທະນາແກ້ໄຂຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ຕັ້ງໜ້າພັດທະນາເສດຖະກິດ-ສັງຄົມດີຂຶ້ນເປັນກ້າວໆຊຶ່ງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນໄດ້ໃຫ້ຮູ້ວ່າ: ປັດຈຸບັນມີພະນັກງານທັງໝົດ 21 ຄົນຍິງ 8 ຄົນ, ສະມາຊິກພັກສົມບູນ 20ສະຫາຍ ຍິງ 7 ສະຫາຍ, ສະມາຊິກພັກສຳຮອງ 1 ສະຫາຍ ແລະ ມີ 5 ວຽກງານຄື: ວຽກງານບໍລິຫານ-ຈັດຕັ້ງພະນັກງານ, ວຽກງານອົບຮົມ, ວຽກງານໂຄສະນາ-ປາຖະກະຖາ, ວຽກສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມເມືອງ. 
-    ວຽກງານບໍລິຫານ-ຈັດຕັ້ງພະນັກງານ: 1. ເປັນເສນາທິການໃຫ້ແກ່ຄະນະນໍາ ຄະນະໂຄສະນາອົບຮົມແຂວງໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈໍາພັກແຂວງ ໄດ້ 6 ຄັ້ງ, ເຂົ້າຮ່ວມຕ້ອນຮັບຜູ້ແທນມາຈາກ ສສ ຫວຽດນາມຕາມຄໍາເຊີນໄດ້ 7 ຄັ້ງ, ເຂົ້າຮ່ວມກອງປະຊຸມຕາມຄໍາເຊີນຂອງບັນດາພະແນກການ, ຫ້ອງການອ້ອມຂ້າງແຂວງໄດ້ 45 ຄັ້ງເປັນຕົ້ນ: ກອງປະຊຸມຝຶກອົບຮົມວຽກສັງລວມຫາງສຽງສັງຄົມ, ພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງແຂວງ, ກອງປະຊຸມກາງສະໄໝຂອງບັນດາພະແນກການອ້ອມຂ້າງແຂວງ,ກອງປະຊຸມກາງສະໄໝທີ IX ຂອງອົງຄະນະພັກແຂວງ; ກອງປະຊຸມປະກາດຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານ, ຄະນະພັກຮາກຖານຂອງບັນດາພະແນກການ, ກອງປະຊຸມຜັນຂະຫຍາຍວຽກງານການເມືອງ-ແນວຄິດທົ່ວແຂວງ ຄັ້ງທີ I, ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາສູນກາງພັກ(ໂດຍຜ່ານລະບົບທາງໄກ), ກອງປະຊຸມອົງການປົກຄອງແຂວງສາລະວັນເປີດກວ້າງ ຄັ້ງທີ 8 ຊຸດທີ IX, ເຂົ້າຮ່ວມຕ້ອນຮັບທ່ານທອງລຸນ ສີສຸລິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປລາວ ໃນວັນທີ 25-26/3/2023,ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານຄະນະນໍາຂັ້ນສູງຜູ້ອື່ນໆ, ໄດ້ຕ້ອນຮັບການລົງມາເຄື່ອນໄຫວ-ເຮັດວຽກຂອງຄະນະນໍາ ໂຄສະນາອົບຮົມສູນກາງພັກໄດ້. 4 ຄັ້ງເປັນຕົ້ນ: ແມ່ນການເຄື່ອນໄຫວວຽກງານຂອງທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ(ຄອສພ) ປະທານສະພາທິດສະດີສູນກາງພັກ, ກົມໂຄສະນາ, ກົມອົບຮົມ, ກົມວາລະສານ, 3. ໄດ້ອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານ ໃຫ້ຄະນະນໍາຄະນະໂຄສະນາອົບຮົມແຂວງລົງເຄື່ອນໄຫວວຽກງານໄດ້ 15 ຄັ້ງແລະ ຫັນເອົາພະນັກການນໍາໂຄສະນາ, ວິຊາການລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານໜອງບົວນ້ອຍ ເມືອງສາລະວັນ ແລະ ເມືອງຕຸ້ມລານ, ວຽກງານອົບຮົມ: 1.ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກໃຫ້ກັບຄະນະພັກຮາກຖານພະແນກ ການອ້ອມຂ້າງແຂວງ ທັງໝົດໄດ້ 4 ຄັ້ງ ທັງໝົດຈໍານວນ: 38 ສະຫາຍ ຍິງ 10 ສະຫາຍ, ເຮັດບົດລາຍງານເປີດຮຽນສະໜັບສະໜູນເພື່ອສົ່ງໃຫ້ຄະນະຈັດຕັ້ງແຂວງ, 2. ຈັດຕັ້ງການອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນຢູ່ລຽບຕາມຊາຍແດນຢູ່ບ້ານລະຮາງ ເມືອງສະໝວ້ຍ ມີຈໍານວນພົນເຂົ້າຮ່ວມທັງໝົດ: 43 ຄົນ ຍິງ 8 ຄົນ,ຈັດຕັ້ງການ ອົບຮົມໃຫ້ນັກທຸລະກິດທົ່ວແຂວງໄດ້ 9 ຄັ້ງ (ຢູ່ແຂວງ 1 ຄັ້ງ ແລະ ເມືອງ 8 ຄັ້ງ) ຊຶ່ງມີນັກສໍາມະນາກອນທັງໝົດ 196 ສະຫາຍ ຍິງ 55 ສະຫາຍ ແລະ ອື່ນໆ.
    -ວຽກງານໂຄສະນາ-ປາຖະກະຖາ: 1.ໄດ້ຈັດຕັ້ງໂຄສະນາ-ປາຖະກະຖາວັນສໍາຄັນຕ່າງໆ ຂອງຊາດ,ຂອງພັກ,ຂອງສາກົນ ແລະ ວັນເກີດຂອງທ່ານຜູ້ນໍາ ໄດ້ 4 ຄັ້ງ, ພ້ອມທັງໄດ້ຕິດຕາມ, ເກັບກໍາໂຕເລກການຈັດຕັ້ງການຈັດຕັ້ງປາຖະກະຖາວັນ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ,ຂອງສາກົນ ແລະ ວັນເກີດຂອງທ່ານຜູ້ນໍາບັນດາພະແນກການອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 8 ເມືອງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົ: 9.166ເທື່ອຄົນ ຍິງ 2.989 ເທື່ອຄົນ, ສະມາຊິກພັກ 3.116 ເທື່ອສະຫາຍ ຍິງ 957 ເທື່ອສະຫາຍ, 2.ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຊຸກຍູ້ຕິດຕາມ ເກັບໂຕເລກການເຊື່ອມຊຶມມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V, ແລະ ມະຕິ8-9 ສະໄໝທີ IXຂອງອົງຄະນະພັກແຂວງ, ເອກະສານຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ນໍາພະແນກການອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 8 ຕົວເມືອງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ: 4.173ເທື່ອຄົນ ຍິງ 1.113 ເທື່ອຄົນ, ສະມາຊິກພັກ 735 ເທື່ອສະຫາຍ ຍິງ 214 ເທື່ອສະຫາຍ,    3.ໄດ້ຮັບ ແລະຈັດສົ່ງວາລະສານໂຄສະນາ,ວາລະສານອາລຸນໃໝ່ ຈຳນວນທັງໝົດ: 480 ສະບັບໃຫ້ພະແນກການອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 8 ຕົວເມືອງ, ພ້ອມທັງໄດ້ຮັບເງິນຈໍານວນ: 268.000 ກີບ ແລະ ຮັບເງີນຄ່າປຶ້ມສອງແຂວງເຕົ້າໂຮມນໍາເມືອງຕຸ້ມລານ ຈໍານວນ 5 ຫົວ ເປັນເງິນ: 350,000 ກີບ, 4. ໄດ້ຈັດຕັ້ງໂຄສະນາເຄື່ອນທີ່ໄດ້ 7 ຄັ້ງເຄື່ອນໄຫວວຽກງານສ້າງລາຍຮັບໄດ້ 4.400.000 ກີບ.
-ວຽກສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ: ໄດ້ຕິດຕາມ, ເກັບກໍາສະພາບແນວຄິດ ແລະ ສັງລວມຫາງສຽງສັງຄົມ ຊຶ່ງເຫັນໄດ້ວ່າຫາງສຽງດ້ານດີແມ່ນການຍ້ອງຍໍ, ຄະນະພັກແຕ່ລະຂັ້ນໄດ້ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງແຂງແຮງ ຕັ້ງໜ້າແກ້ໄຂ 2 ວາລະແຫ່ງຊາດຢ່າງຕັ້ງໜ້າ ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານຕໍາກຫຼວດ ແລະ ປະຊາຊົນບັນດາເຜົ່າຈໍານວນຫຼາຍແມ່ນມີທັດສະນະໜັກໝັ້ນທາງດ້ານການເມືອງ, ມີການເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີແນວຄິດກະຕືລືລົ້ນຕໍ່ການພັດທະນາເສດຖະກິດ-ສັງຄົມ, ມີແນວຄິດຫັນປ່ຽນສູ່ອັນໃໝ່ທີ່ຖືກຕ້ອງສອດຄ່ອງຕາມນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ ແລະ ຫາງສຽງດ້ານຫຍໍ້ທໍ້.
 -ການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມເມືອງ: ໃນ 6 ເດືອນຜ່ານມາຄະນະພັກ ກໍຄືຄະນະໂຄສະນາອົບຮົມເມືອງ ແລະ ອໍານາດການປົກຄອງແຕ່ລະຂັ້ນໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິXI ຂອງສູນກາງພັກ,  ມະຕິ 9 ຄົບຄະນະບໍລິຫານງານພັກແຂວງ ສະໄໝທີ 9, ມະຕິກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 8 ຊຸດທີ IX, ເຊື່ອມຊຶມກົດລະບຽບພັກ ສະໄໝທີ XI, ມະຕິຕ່າງໆຂອງອົງຄະນະພັກເມືອງ ແລະ ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ-ຂອງພັກ, ຂອງສາກົນ ແລະ ວັນເກີດຂອງທ່ານຜູ້ນໍາ.
ທິດທາງແຜນການເຄື່ອນໄຫວ ປະຈໍາ 6 ເດືອນທ້າຍປີ 2023 ແມ່ນຈະສືບຕໍ່ປັບປຸງຕໍາແໜ່ງງານ ພາຍໃນຄະນະໂຄສະນາອົບຮົມແຂວງ ໃຫ້ສໍາເລັດ, ສືບຕໍ່ຕິດຕາມການກໍ່ສ້າງຫ້ອງການຄະນະໂຄສະນາອົບຮົມແຂວງ,  ສືບຕໍ່ປະກອບເອກະສານເລື່ອນຊັ້ນ-ຂັ້ນ ປະຈໍາງວດ II-III ແລະສັງລວມຊັ້ນ-ຂັ້ນເງິນເດືອນI-IIປີ 2023, ສືບຕໍ່ກະກຽມເອກະສານເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ 8 ເມືອງ ງວດທີ III ປີ 2023,  ສືບຕໍ່ກະກຽມຂຶ້ນແຜນບ້ວງບໍລິຫານ ງວດທີ III ປີ 2023, ສືບຕໍ່ຂຶ້ນແຜນຖອນເງິນບ້ວງດັດສົມ, ສົ່ງເສີມ ງວດທີ III ປີ 2023,  ສືບຕໍ່ກະກຽມຖອນເງິນບ້ວງໂຄງການສົ່ງເສີມວິຊາການເປັນຕົ້ນ: ໂຄງການໂຄສະນາດ້ວຍການນໍາໃຊ້ 3 ຕໍ, ໂຄງການຍົກສູງຄຸນນະພາບວຽກງານໂຄສະນາ ແລະ ໂຄງການຜັນຂະຫຍາຍມະຕິ IX ຂອງອົງຄະນະພັກແຂວງ ແລະ ຈະເປີດຮຽນສະໜັບສະໜູນໃຫ້ໜ່ວຍພັກອ້ອມຂ້າງແຂວງຕາມໃບອະນຸມັດຂອງຄະນະຈັດຕັ້ງແຂວງ ແລະ ສືບຕໍ່ເກັບກໍາຈໍານວນມະຫາຊົນກ້າວໜ້າ ເພື່ອເປີດຮຽນສະໜັບສະໜູນຕາມໃບອະນຸມັດຂອງຄະນະຈັດຕັ້ງແຂວງ, ກະກຽມອົບຮົມກ່ຽວກັບເອກະສານແມ່ຍິງລາວ ແລະ ຈະໂຄສະນາ-ປາຖະກະຖາ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງສາກົນ ແລະ ວັນເກີດຂອງທ່ານຜູ້ນໍາໃຫ້ຖືກຕ້ອງ ແລະ ສືບຕໍ່ຈັດສົ່ງວາລະສານໂຄສະນາ ແລະ ວາລະສານອາລຸນໃໝ່ໃຫ້ບັນດາພະແນກການອ້ອມຂ້າງແຂວງ ແລະ ເມືອງ, ສືບຕໍ່ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ໃນການຜະລິດເປັນສິນຄ້າ, ເພື່ອແກ້ໄຂຄວາມທຸກຍາກ ຢູ່ເມືອງທີ່ບໍ່ທັນສໍາເລັດ, ຈະສືບຕໍ່ໂຄສະນາວຽກງານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ